ໃນວັນທີ 20 ພຶດສະພາ 2014 ເວລາ 8:30 ໂມງ ຄະນະໜ່ວຍສະຫະພັນແມ່ຍິງ ກົມເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ສະຖາບັນເຕັກໂນໂລຊີ ຄອມພີວເຕີ ແລະ ເອເລັກໂຕຼນິກ ໄດ້ເປີດພິທີຂໍ້ແຂ່ງຂັນ 3ດີ ຂອງໜ່ວຍສະຫະພັນແມ່ຍິງ ກົມເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ສະຖາບັນເຕັກໂນໂລຊີ ຄອມພີວເຕີ ແລະ ເອເລັກໂຕຼນິກ ເພື່ອຄັດເລືອກເອົາຄະນະຊຸດໃໝ່ ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມ ຊັ້ນ 4 ໂດຍການເປັນປະທານຂອງ ສະຫາຍ ນ. ໄມຕີ ວົງຄໍາຊາວ ປະທານສະຫະພັນແມ່ຍິງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ,ໃຫ້ກຽດເຂົ້າຮ່ວມມີ ຄະນະພັກຮາກຖານກຕຂ , ກຳມະບານ, ສະຫະພັນແມ່ຍິງ ແລະ ບັນດາສະມາຊິກແມ່ຍີງກົມໄອທີ ແລະ ສະຖາບັນ ສຄອ ຢ່າງພ້ອມພຽງ.
ພາຍຫຼັງທີ່ໄດ້ເປີດຂໍ້ແຂ່ງຂັນ 3ດີ ແລະ ມະຕິກອງປະຊຸມເຫັນດີເປັນເອກະພາບແລ້ວ, ຄະນະໜ່ວຍສະຫະພັນ ແມ່ຍິງ ກົມເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ສະຖາບັນເຕັກໂນໂລຊີ ຄອມພີວເຕີ ແລະ ເອເລັກໂຕຼນິກ ໄດ້ຂຶ້ນເຜີຍແຜ່ເອກະສານ ກ່ຽວກັບມາດຖານ ແລະ ເງື່ອນໄຂ ຂອງຜູ້ມີສິດລົງເລືອກຕັ້ງຄະນະຊຸດໃໝ່ ແລະ ດຳເນີນການລົງຄະແນນສຽງ ຊຶ່ງສາມາດສັງລວມລາຍຊື່ດັ່ງນີ້:
1. ສະຫາຍ ນາງ ພູສາຍທອງ ພັນນະວົງ ເປັນເລຂາໜ່ວຍສະຫະພັນແມ່ຍິງ
2. ສະຫາຍ ນາງ ຈູມມະລີ ວິລະວົງ ເປັນຮອງເລຂາໜ່ວຍ