DarkReading ໄດ້ນຳສະເໜີຕົວຢ່າງໄອເດຍຂອງການປະຍຸກໃຊ້ເທັກໂນໂລຢີ Blockchain ໃນດ້ານ Security ຊຶ່ງເຮົາເຫັນວ່າໜ້າສົນໃຈຈຶ່ງລວມມາໃຫ້ອ່ານກັນ
- Distributed Identity
Identity ເທິງເຄືອຂ່າຍປະກອບໄປດ້ວຍ 2 ສ່ວນຄື user ແລະ device ຊຶ່ງໃນສ່ວນຂອງອຸປະກອນ IoT ຈະເບິ່ງໃນເລື່ອງຂອງ device ເປັນຫຼັກ ໂດຍໄດ້ເກີດການປະຍຸກໃຊ້ Blockchain ກັບເລື່ອງ identity ຂອງອຸປະກອນ IoT ຂຶ້ນມາ ເຊັ່ນ: ສາມາດເຮັດໃຫ້ຜູ້ໃຊ້ຫລືອົງກອນຈ່າຍບໍລິການ IoT ໄດ້ແບບຕາມຈິງໂດຍບໍ່ຕ້ອງໃຊ້ identity ເພື່ອການພິສູດຕົວຕົນ ສາມາດຕິດຕາມເພິ່ມເຕີມໄດ້ທີ່ IOTA
- Distributed Storage
ປົກກະຕິເຮົາຈະເກັບຂໍ້ມູນໄວ້ທັງຫມົດກັນແຫ່ງດຽວແຕ່ກໍມີແນວຄິດທີ່ສາມາດກໍ່ການກະຈາຍແຫຼ່ງເກັບຂໍ້ມູນໄດ້ຊຶ່ງດີຕໍ່ເລື່ອງຂອງຄວາມຫມັ້ນຄົງປອດໄພ (ຮົ່ວເທື່ອດຽວໄປຫມົດ) ແລະດ້ວຍຄອນເຊັບຂອງ Blockchain ເຮັດໃຫ້ເມື່ອມີການປ່ຽນແປງຂໍ້ມູນຈະຕ້ອງກວດສອບ integrity ດ້ວຍ ໂດຍສະເພາະກັບການໃຊ້ງານໃນຝັ່ງຂອງອຸປະກອນ IoT ຖ້າຫາກສາມາດເກັບຂໍ້ມູນໄວ້ທີ່ຕົວເອງກ່ອນຈະຈຳເປັນຕ້ອງສົ່ງອອກໄປໃຊ້ຈະສາມາດຊ່ວຍຫລຸດປະລິມານການສົ່ງຂໍ້ມູນໃນເຄືອຂ່າຍໄປໄດ້ຫລາຍເລີຍ
- Enforce Accountability
Xage ເປັນບໍລິສັດໜຶ່ງທີ່ພະຍາຍາມນຳ Blockchain ໄປແກ້ບັນຫາເລື່ອງຂອງຄວາມເປັນເຈົ້າຂອງ ແລະ ກວດສອບການເປັນຕາມກົດຂໍ້ບັງຄັບລະດັບອົງກອນ ຫລື ບໍ່ເນື່ອງຈາກ Blockchain ເໝາະສຳລັບການບັນທຶກສິ່ງຕ່າງໆ ທີ່ສາມາດກວດສອບການປ່ຽນແປງໄດ້ ນອກຈາກນີ້ຍັງສາມາດກະຈາຍຂໍ້ມູນໃຫ້ກັບແຕ່ລະສ່ວນສະເພາະທີ່ຈຳເປັນເທົ່ານັ້ນຈຶ່ງສາມາດແບ່ງຕາມຫນ້າທີ່ຄວາມຮັບຜິດຊອບບໍ່ໄປກ້າວກ່າຍກັນເຮັດໃຫ້ຄົນໃດຄົນໜຶ່ງມີອຳນາດການເຂົ້າເຖິງຂໍ້ມູນທຸກສ່ວນ
- Critical Infrastructure Protection
ໂຄງສ້າງພື້ນຖານສຳຄັນຢ່າງລະບົບເຄືອຂ່າຍຫຼັກ ຫລື ລະບົບການຂົນສົ່ງພະລັງງານເປັນສິ່ງທີ່ສຳຄັນ ແລະ ຖືກໂຈມຕີເພີ່ມຫລາຍຂຶ້ນໃນປະຈຸບັນ ຫາກສາມາດນຳ Blockchain ເຂົ້າໄປເກັບບັນທຶກການປ່ຽນແປງທີ່ເກິດຂື້ນໃນລະບົບອາດຈະຊ່ວຍແກ້ບັນຫາມັນແວທີ່ແອບມາແກ້ໄຂປ່ຽນແປງບາງຢ່າງເພາະຈະມີການກວດສອບການປ່ຽນແປງທີ່ເກີດຂື້ນຈາກລະບົບທີ່ກະຈາຍກັນຢູ່ດ້ວຍ
- Distributed Encryption
ຈຸດອ່ອນຂອງລະບົບການເຂົ້າລະຫັດຄືລະບົບເກັບ Key ຫາກແຮັກເກີ້ເຂົ້າມາໄດ້ຂໍ້ຄວາມທີ່ຖືກເຂົ້າລະຫັດທັງໝົດກໍຈະໄດ້ຮັບຜົນກະທົບທັນທີ ໂດຍ CertCoin ໄດ້ພະຍາຍາມເຮັດໃຫ້ PKI ສຳລັບການພິສູດຕົວຕົນ ແລະ ເຂົ້າລະຫັດເປັນ de-centralize ສາມາດອ່ານງານວິໄຈເພິ່ມເຕີມໄດ້ບ່ອນນີ້
- Healthcare
MedicalChain ໄດ້ມີການນຳ Blockchain ມາໃຊ້ເກັບຂໍ້ມູນ EHR (Electronic Health Record) ໂດຍຫວັງວ່າຈະໃຊ້ໃນການແລກປ່ຽນຂໍ້ມູນທາງການແພດຊຶ່ງເມື່ອບັນທຶກຂໍ້ມູນຜູ້ປ່ວຍແລ້ວຜູ້ປະຕິບັດການທາງການແພດສາມາດເຂົ້າເຖິງໄດ້ແຕ່ການເຂົ້າເຖິງຈະຕ້ອງຖືກຮັບຮອງຄວາມຖືກຕ້ອງໂດຍໂໜດອື່ນກ່ອນ
ຂອບໃຈບົດຂ່າວຈາກ: www.laotechtalk.com