ເຕັກໂນໂລຊີ BlockChain (What is Blockchain Technology?)

0
487

BlockChain ເປັນເຕັກໂນໂລຊີ ເປັນກະແສທີ່ມີຜູ່ຄົນໃນໂລກເວົ້າເຖິງກັນຢ່າງແຜ່ຫຼາຍວ່າມັນຈະເປັນ ເຕັກໂນໂລຊີ ທີ່ຈະມາປ່ຽນໂລກ ຄືກັນກັບອິນເຕີເນັດ ຄືກັນກັບໃນຍຸກ 1990, ຍັງມີການປຽບທຽບວ່າ BlockChain ໃນຕອນນີ້ມີສະພາບຄ້າຍຄືກັນກັບ ອິນເຕີເນັດ ໃນຕອນເລີ້ມຕົ້ນທຳອິດ. ມັນຈຶ່ງຈຳເປັນ ຕ້ອງໄດ້ມີການສຶກສາເລື່ອງ ອິນເຕີເນັດ ເພື່ອເຮັດເປັນການທົດລອງ, ຄົ້ນຄວ້າເຮັດຜິດ, ເຮັດຖຶກເສຍກ່ອນ ຈຶ່ງຈະຮູ້ວ່າ ມັນຄວນຈະຖຶກນຳໃຊ້ ໄປໃນທິດທາງແນວໃດ, ອິນເຕີເນັດຈິ່ງໄດ້ກາຍມາເປັນ ທີ່ຍອມຮັບ ຈົນມາເຖິງ ປະຈຸບັນ.

BlockChain ກໍ່ເຊັນດຽວກັນ ມັນເປັນສິ່ງ ທີ່ທ້າທາຍຫຼາຍ ທີ່ຈະນຳເອົາ ເຕັກໂນໂລຊີ BlockChain ມານຳໃຊ້ເຂົ້າໃນວຽກງານຕ່າງໆ ໃຫ້ເກີດຜົນປະໂຫຍດ ຢ່າງເປັນຮູບປະທຳ ແລະ ຊັດເຈນໄດ້. ສະນັ້ນ ເພື່ອເປັນການສຶກສາ ເຕັກໂນໂລຊີ BlockChain ພວກເຮົາກໍ່ຈະຕ້ອງ ມາເຮັດຄວາມເຂົ້າໃຈກັບເຕັກໂນໂລຊີ BlockChain ກ່ອນ, ຂ້າພະເຈົ້າຈະມາແນະນຳ ແລະ ສັງລວມໂດຍຫຍໍ້ກ່ຽວກັບ ເຕັກໂນໂລຊີ BlockChain ມີລາຍລະອຽດດັ່ງລຸ່ມນີ້:

· ກ່ອນອື່ນຕ້ອງເຂົ້າໃຈວ່າ BlockChain ແມ່ນຫຍັງ?

ແມ່ນເຕັກໂນໂລຊີ ເຊື່ອມຕໍ່ແບບລະບົບໂຄງຂ່າຍໂດຍກົງ ລະຫວ່າງ ຄອມພິວເຕີ ກັບຄອມພິວເຕີ ໂດຍບໍ່ມີໂຕກາງ, ມີການປ້ອງກັນຂໍ້ມູນໂດຍ ທີ່ບໍ່ອະນຸຍາດໃຫ້ໃຜປອມ ຫຼື ປ່ຽນແປງໄດ້. ເຕັກໂນໂລຊີ BlockChain ແມ່ນການໃຊ້ບັນທຶກຂໍ້ມູນແບບການກະຈາຍລາຍການບັນຊີ (Distributed Ledger) ໂດຍທຸກຂໍ້ມູນຈະມີການເຊື່ອມໂຍງກັນເປັນລະບົບໂດຍທົ່ວເຖີງກັນຊຶ່ງການຈະສ້າງ Block ເພື່ອບັນທຶກ ຂໍ້ມູນ ໃໝ່ເຂົ້າໄປໃນ(BlockChain ໄດ້ນັ້ນຈໍາເປັນຈະຕ້ອງຜ່ານການກັ່ນຕ່ອງຂໍ້ມູນໂດຍທຸກໆ node (ເຄື່ອງຄອມພິວເຕີ ທີ່ເປັນສະມາຊິກໃນເຄືອຂ່າຍ BlockChain) ໃນເຄືອຂ່າຍຈະໄດ້ຂໍ້ມູນດຽວຄືກັນມາ ແຕ່ລະ node ຈະເຮັດການບັນທຶກຂໍ້ມູນຊຸດ ດຽວກັນນີ້ ແລະ ຕ່າງຝ່າຍຕ່າງຂຽນຂໍ້ມູນ ລົງຖານຂໍ້ມູນຂອງຕົນເອງ ໂດຍບໍ່ມີການລໍຖ້າnode ໃດໆເຮັດສຳເລັດກ່ອນ ແລະ ຂໍ້ມູນທີ່ node ສ່ວນຫຼາຍມີໃນຄອບຄອງ ຫຼື ຂໍ້ມູນໃດທີ່ໄປສະແດງໃນ node ຕ່າງໆໃນເຄືອຂ່າຍ ໄດ້ຫຼາຍທີ່ສຸດ ກໍ່ຈະຖືວ່າ ນັ້ນແມ່ນຂໍ້ມູນຕົ້ນແບບ ຢ່າງເປັນທາງການ ຊຶ່ງເປັນຂໍ້ມູນທີ່ທຸກໆ node ຍອມຮັບ, ຊຶ່ງປຽບທຽບຄືກັນກັບ ຂໍ້ຄວາມທີ່ຂັດກອງແລ້ວ ຂອງບົດຄວາມໃນ Wikipedia (ບົດຄວາມໃນ Wikipedia ມັນຈະມີ ສິ່ງທີ່ເອີ້ນວ່າ “ເວີຊັນທີ່ມີການຂັດກອງແລ້ວ” ນັ້ນແມ່ນບົດຄວາມທີ່ຜ່ານການ ແກ້ໄຂໄປມາ ຂອງຜູ່ ເຂົ້າຮ່ວມໃຊ້ງານ ຫຼືຜູ້ທີ່ຮ່ວມເຮັດການແກ້ໄຂບົດຄວາມ, ຈົນບົດຄວາມນັ້ນມີຂໍ້ມູນອັບເດດໃໝ່ສຸດ ແລະ ພ້ອມໃຫ້ຜູ້ອ່ານໄດ້ອ່ານ).

·  ສ່ວນປະກອບຂອງ Blockchain Blockchain ປະກອບດ້ວຍ 4 ສ່ວນຫຼັກທີ່ສໍາຄັນ ທີ່ເຮັດໃຫ້ລະບົບໄດ້ຮັບຄວາມ ເຊື່ອໝັ້ນ ຈາກຜູ້ໃຊ້ສ່ວນທີ 1 ໄດ້ແກ່ກ່ອງເກັບຂໍ້ມູນ ຫຼື Block ເຮັດຫນ້າທີ່ກະຈາຍໄປໃຫ້ທຸກໆ node ຫຼື ທຸກຄົນທີ່ກ່ຽວຂ້ອງໃຫ້ເກັບເອົາໄວ້ ໂດຍຂໍ້ມູນເຫຼົ່ານັ້ນບໍ່ສາມາດແກ້ໄຂຫລືປ່ຽນແປງໄດ້ ແລະ ທຸກໆຄັ້ງທີ່ມີການເຮັດທຸລະກໍາໃໝ່ເກີດຂຶ້ນ ຈະມີການສ້າງກ່ອງໃໝ່ຂຶ້ນມາ, ຈາກນັ້ນຈຶ່ງນໍາກ່ອງມາເຊື່ອມເຂົ້າກັນ ຫຼື ທີ່ເອີ້ນວ່າ Chain ໂດຍການຜູກດ້ວຍວິທີ Hash Function ຊຶ່ງປຽບສະເໝືອນລາຍນິ້ວມື ຂອງໄຟທີ່ໃຊ້ໃນການ Verify ຍືນຍັນຄວາມຖືກຕ້ອງຈາກຂໍ້ມູນທີ່ແຕ່ລະຄົນຖືເອົາໄວ້, ຖືວ່າເປັນຕົວແທນຂອງຂໍ້ມູນຕົ້ນສະບັບ ຊຶ່ງຄ່າທີ່ໄດ້ຈາກການ Hasນີ້ມີໂອກາດທີ່ຈະຊໍ້າກັນຍາກຫຼາຍຈຶ່ງເປັນຄຸນສົມບັດທີ່ເຊື່ອໝັ້ນໄດ້ໃນການນໍາມາໃຊ້ຍືນຍັນ (Verify) ຂໍ້ມູນທີ່ແຕ່ລະ node ຫຼື ບຸກຄົນທີ່ຖືໄວ້ມີຢູ່.

ອົງປະກອບທີ່ສໍາຄັນອີກປະການຄື: ການຕົກລົງຮ່ວມກັນ ຫຼື Consensus ເພື່ອກໍາຫນົດຂໍ້ຕົກລົງທີ່ຕ້ອງເຫັນພ້ອມ ນຳກັນໃນແຕ່ລະ ເງື່ອນໄຂ ຂຶ້ນກັບການຕົກລົງກັນ, ທັງນີ້ເພື່ອໃຫ້ເກີດຄວາມເຂົ້າໃຈທີ່ກົງກັນໃນເລື່ອງກົດແລະ ເຄື່ອງມືທີ່ໃຊ້ໃນເຄືອຂ່າຍຂອງຜູ້ໃຊ້, ລວມທັງຈະຕ້ອງມີຂັ້ນຕອນການກວດສອບຫລື Validation ເພື່ອໃຫ້ເກີດ ຄວາມເຊື່ອໝັ້ນຮ່ວມກັນ, ຊຶ່ງຂະບວນການກວດສອບ ຕ້ອງເກີດຂຶ້ນໄດ້ ຍ່າງວ່ອງໄວດັ່ງນັ້ນເມື່ອມີການເຮັດ ທຸລະກໍາໃດໆ ເກີດຂຶ້ນຈະສ້າງກ່ອງໃຫມ່ຂຶ້ນຈາກນັ້ນຈະເຂົ້າສູ່ຂະບວນ ການເຊື່ອມໂຍງກ່ອງນັ້ນເຂົ້າດ້ວຍກັນ ຄືກັນກັບຫ່ວງໂສ້ເດີມທີ່ຜູກລວມກັນໂດຍມີການຍືນຍັນຕົວເອງຂອງຜູ້ທີ່ມີສ່ວນ ກ່ຽວຂ້ອງກັບທຸລະກໍານັ້ນ ຊຶ່ງຂໍ້ມູນທຸລະກໍາທີ່ສ້າງໃຫມ່ຈະຕ້ອງໄດ້ຮັບການເຫັນດີຈາກຜູ້ໃຊ້ຄົນອື່ນໆໃນຫ່ວງໂສ້, ຜ່ານການຕົກລົງເຫັນດີທີ່ມີ ຮ່ວມກັນກ່ອນຫນ້ານີ້ ແລະ ລະບົບຈະເຮັດການກວດສອບ, ສະນັ້ນຈຶ່ງເຮັດໃຫ້ເຕັກໂນໂລຊີ Blockchain ໄດ້ຮັບຄວາມເຊື່ອຫມັ້ນດ້ານຄວາມປອດໄພ ແລະ ຄວາມຖືກຕ້ອງສູງ, ຈາກຄວາມສາມາດຂອງ ລະບົບດ້ານຄວາມເຊື່ອຫມັ້ນ ແລະ ຄວາມປອດໄພທີ່ເກີດຂຶ້ນຈຶ່ງເຮັດໃຫ້ຜູ້ທີ່ ໃຊ້ງານລະລະບົບ Blockchain ເຮັດການແລກປ່ຽນ ຫຼື ເຮັດສິ່ງຕ່າງໆ ຮ່ວມກັນໄດ້, ໂດຍບໍ່ຕ້ອງຜ່ານຄົນກາງທີ່ມີຄວາມຫນ້າເຊື່ອຖື ຄືໃນປັດຈຸບັນ ທີ່ສະຖາບັນການເງິນເປັນຜູ້ເຮັດຫນ້າທີ່ເປັນຄົນກາງໃນການຮັບຈ່າຍໂອນ ເງິນເພື່ອສ້າງຄວາມເຊື່ອຫມັ້ນເປັນຕົ້ນ.

 

 

 

 

 

 

ຮູບທີ 1. ການຊໍາລະເງີນແບບ Centralized Ledger ແລະ ແບບ Distributed. Ledger ໃນສະພາບປັດຈຸບັນການດໍາເນີນທຸລະກິດດ້ານການເງິນນັ້ນຈໍາເປັນຕ້ອງມີ “ຄົນກາງ” ເພື່ອເກັບ ລາຍການດຳເນີນບັນຊີເອົາໄວ້ນັ້ນກໍ່ຄື”ທະນາຄານຫາກຕ້ອງການຮູ້ຄວາມເຄື່ອນໄຫວຂອງບັນຊີກໍ່ຕ້ອງນໍາປື້ມບັນຊີໄປແຈ້ງ ຫຼືໄປຂໍອັບເດດທີ່ທະນາຄານ ຫຼື ໃຊ້ບໍລິການອອນໄລຂອງທະນາຄານຜ່ານອິນເຕີເນັດເພື່ອເບິ່ງຂໍ້ມູນຊຶ່ງການ ໃຫ້ບໍລິການຂອງ “ໜ່ວຍກາງ” ຈະມີຄ່າໃຊ້ຈ່າຍ ຫຼື ຄ່າທໍານຽມ ເຊິ່ງຈະເອີ້ນວິທີການແບບນີ້ວ່າ: “Centralized Ledger”,  ແຕ່ໃນທາງກັບກັນ ຖ້າເຮົາໃຊ້ເຕັກໂນໂລຊີ BlockChain ມາໃຊ້ຊຶ່ງເປັນວິທີການທີ່ບໍ່ຈໍາເປັນຕ້ອງມີ “ໜ່ວຍກາງ” ຫຼື ເອີ້ນວ່າ ເປັນວິທີ “Distributed Ledger” ໝາຍເຖິງຂໍ້ມູນລາຍການດຳເນີນບັນຊີຈະຖືກກະຈາຍ ໄປຍັງທຸກຄົນໃນເຄືອຂ່າຍເພື່ອໃຫ້ມີຂໍ້ມູນອັນດຽວກັນທັງໝັດໃນລະບົບ.  ດັ່ງນັ້ນ, ຫາກມີການເຮັດທຸລະກຳໃດ ໜຶ່ງຂຶ້ນຂໍ້ມູນການເຮັດທຸລະກຳນັ້ນຈະຖືກສົ່ງໄປເຖິງທຸກຄົນ ໃນເຄືອຂ່າຍເພື່ອຊ່ວຍຢັ້ງຢືນຄວາມຖືກຕ້ອງ ໃຫ້ຮຽບຮ້ອຍແລ້ວ ຈະມີການບັນທຶກການທຸລະກໍາທີ່ມີການ ດຳເນີນການໃນບັນຊີຂອງທຸກຄົນໃນເຄືອຂ່າຍ ຕໍ່ໆກັນໄປໃຫ້ແກ່ໝົດທຸກໆຄົນໃນເຄືອຂ່າຍ ຄາຍຄືກັນກັບເປັນຫ່ວງໂສ້ (Chain).ຍົກຕົວຢ່າງເຊັ່ນ: ປັດຈຸບັນການຊໍາລະເງິນລະຫວ່າງປະເທດ ມີຂະບວນການທີ່ຄ້ອນຂ້າງຈະຊັບຊ້ອນເພາະທະນາຄານຂອງຜູ້ຈ່າຍ ກັບຜູ້ຮັບ ບໍ່ໄດ້ຢູ່ລະບົບຊໍາລະເງິນດຽວກັນ ຈຶ່ງຕ້ອງອາໄສຄວາມສໍາພັນລະຫວ່າງກັນ ( Correspondent banking ) ໂດຍແຕ່ລະທະນາຄານຈະເປີດບັນຊີຂອງຕົວເອງໄວ້ກັບອີກທະນາຄານໜຶ່ງແຕ່ການສ້າງ Correspondent banking ນັ້ນສ່ວນຫຼາຍຈະມີຢູ່ນຳແຕ່ທະນາຄານຂະໜາດໃຫຍ່. ສະນັ້ນ, ຈຶ່ງມີແຕ່ສະເພາະທະນາຄານຂະໜາດໃຫຍ່ ບໍ່ເທົ່າໃດແຫ່ງໃນແຕ່ລະປະເທດທີ່ມີ Correspondent banking ລະຫວ່າງກັນໃນຂະນະທີ່ທະນາຄານອື່ນໆ ຈະຕ້ອງໄດ້ອາໃສ ຫຼື ມາເຮັດທຸລະກຳຜ່ານທະນາຄານທີ່ມີ Correspondent banking ເພື່ອຊ່ວຍຝາກ – ໂອນເງິນ ລະຫວ່າງ ປະເທດ ຫຼັງຈາກນັ້ນຄ່ອຍໃຊ້ການຝາກ – ໂອນເງິນ ລະຫວ່າງ ທະນາຄານໃນປະເທດອີກເທື່ອ ຫນຶ່ງເຮັດໃຫ້ ເກີດມີຄ່າທໍານຽມຂອງທະນາຄານໃນໄລຍະການເຮັດທຸລະກຳ, ນອກຈາກນັ້ນຍັງລວມໄປເຖິງເວລາໃນການດໍາເນີນ ການທີ່ໃຊ້ເວລາດົນ. ດັ່ງນັ້ນ, ບໍລິສັດ Ripple ຊຶ່ງເປັນບໍລິສັດສະຕາດອັບດ້ານ Fintech ທີ່ມີສໍານັກງານໃຫຍ່ຕັ້ງຢູ່ໃນ ຊານຟານຊິດໂກໄດ້ໃຊ້ເຕັກໂນໂລຊີ BlockChainເພື່ອເຮັດການຊໍາລະເງີນລະຫວ່າງປະເທດ ໂດຍຕັດຂັ້ນຕອນທີ່ຕ້ອງ ຜ່ານຄົນກາງອອກ ໂດຍປັດຈຸບັນການຊໍາລະເງິນລະຫວ່າງປະເທດໃຊ້ເວລາ 2 – 3 ມື້ ແລະ ມີຄ່າໃຊ້ຈ່າຍທີ່ສູງ, ແຕ່ Ripple ໄດ້ກ່າວວ່າຖ້ານໍາເຕັກໂນໂລຊີນີ້ມາໃຊ້ຈະສາມາດລຸດຄ່າໃຊ້ຈ່າຍໃນການດໍາເນີນວຽກງານ ແລະ ສາມາດລຸດໄລຍະເວລາດໍາເນີນການລົງ ແລະ ໃຊ້ເວລາພາຍໃນບໍ່ເທົ່າໃດວິນາທີເທົ່ານັ້ນ ກໍ່ສາມາດດຳເນີນການສຳເລັດແລ້ວ.            ຈາກທີ່ໄດ້ກ່າວມາເບື້ອງຕົ້ນເຖິງການເຮັດວຽກຂອງ BlockChain ເປັນແບບ Distributed Ledger ໂດຍມີສ່ວນສໍາຄັນເອີ້ນວ່າ Node ທີ່ເຊື່ອມລະຫວ່າງກັນເປັນຈໍານວນຫຼາຍຊຶ່ງໃນແຕ່ລະ Node ຈະມີ Ledger ຂອງຜູ້ໃຊ້ທຸກໆຄົນ ພາຍໃນເຄືອຂ່າຍທີ່ບໍ່ລະບຸຕົວຕົນວ່າເປັນຂອງໃຜເຮັດໃຫ້ທຸກຄົນໃນເຄືອຂ່າຍສາມາດເຫັນລາຍການດຳເນີນບັນຊີການເງິນຂອງຜູ້ໃຊ້ລາຍອື່ນໆ ທັງໝົດ. ດັ່ງນັ້ນ, ໃນການເຮັດທຸລະກໍາຜູ້ໃຊ້ຈະສົ່ງຄໍາສັ່ງຜ່ານ Ledger ໄປຍັງແຕ່ລະ Node ໂດຍລະບົບຈະກວດສອບວ່າທຸລະກໍານັ້ນຖືກຕ້ອງ ຫຼື ບໍ່ໂດຍຈະເບິ່ງຈາກຖານຂໍ້ມູນໃນແຕ່ລະ Node ຫາກມີຂໍ້ມູນຖືກຕ້ອງ ແລະ ກົງກັນໃນທຸກ Node ລະບົບກໍຈະຍອມໃຫ້ສ້າງ Block ໃໝ່ເຂົ້າມາໃນເຄືອຂ່າຍນັ້ນຄືສາມາດເຮັດທຸລະກໍາໄດ້ສໍາເລັດ ຫຼື ເພື່ອກວດສອບຂໍ້ມູນທຸລະກໍານັ້ນແລ້ວມີຂໍ້ມູນຜິດ ຫຼື ມີຂໍ້ມູນບໍ່ກົງກັນພຽງແຕ່ Node ດຽວ, ລະບົບກໍ່ຈະບໍ່ອະນຸຍາດໃຫ້ເຮັດທຸລະກໍານັ້ນໄດ້ ຫຼື ບໍ່ຍອມໃຫ້ເພີ່ມ Block ໃໝ່ເຂົ້າມາໃນລະບົບຖືເປັນການກວດສອບຂໍ້ມູນອີກທາງໜຶ່ງດ້ວຍ.            ຈາກຕົວຢ່າງຂ້າງຕົ້ນຈະເຫັນໄດ້ວ່າກະແສເຕັກໂນໂລຍີ BlockChain ສົ່ງຜົນໃຫ້ອຸດສາຫະກໍາທີ່ກ່ຽວຂ້ອງກັບການເງິນການລົງທຶນເກີດການຕື່ນຕົວທົ່ວໂລກເນື່ອງຈາກຫາກສາມາດດໍາເນີນການໃຫ້ເປັນໄປຕາມແນວຄິດໄດ້ນັ້ນຈະເຮັດໃຫ້ລູກຄ້າ ຫຼື ຜູ້ໃຊ້ບໍລິການໄດ້ຮັບຜົນປະໂຍດຫຼາຍ ເພາະເປັນການລູດຄ່າໃຊ້ຈ່າຍ ແລະ ລຸດໄລຍະເວລາດຳເນີນການລົງຫຼາຍ. ແນວໃດກໍດີ ໃນຂະນະນີ້ຍັງເປັນພຽງເວລາແຫ່ງການເລີ່ມຕົ້ນຂອງການສືກສາທົດລອງ, ທົດສອບໃນການນຳໃຊ້ເຕັກໂນໂລຊີ BlockChain ເຂົ້າມາປັບໃຊ້ເທົ່ານັ້ນ, ແຕ່ຍັງຕ້ອງໄດ້ໃຊ້ໄລຍະເວລາໃນການທົດສອບອີກຫຼາຍດ້ານ ຫາກຈະນຳເອົາມາໃຊ້ວຽກງານໃນຕົວຈິງທັງດ້ານຄວາມປອດໄພ, ດ້ານການຢັ້ງຢືນຄວາມຖຶກຕ້ອງເຊື່ອໝັ້ນຂອງລະບົບ,ດ້ານກົດໝາຍຂອງແຕ່ລະປະເທດນັ້ນໆ ຊຶ່ງຄາດວ່າຍັງຕ້ອງໃຊ້ໄລຍະເວລາໃນການຂ້າມຜ່ານ ແລະ ຍັງລວມໄປເຖິງການຍອມຮັບຈາກຜູ້ໃຊ້ງານອີກດ້ວຍ.             ນັບວ່າເປັນເຫດການທີ່ໜ້າຈັບຕາເບິ່ງຄວາມເຄື່ອນໄຫວກ່ຽວກັບເຕັກໂນໂລຊີ BlockChain ວ່າຈະມີການ ຂະຫຍາຍຕົວໄປໃນທີດທາງໃດຕໍ່ໄປ, ໃນສະບັບໜ້າຂ້າພະເຈົ້າຈະມານຳສະເໜີ ກ່ຽວກັບ ຂໍ້ດີ ແລະ ຂໍ້ເສຍ ຂອງເຕັກໂນໂລຊີ BlockChain ກັນຕໍ່ໄປ.

ຂໍຂອບໃຈໃນແຫຼ່ງຂໍ້ມູນ:

  1. https://blockgeeks.com/guides/what-is-blockchain-technology/

2. https://en.wikipedia.org/wiki/Blockchain#History

3. https://www.crypto-economy.net/en/everything-need-know-blockchain-technology

4. ກວດແກ້ ແລະ  ຮູບພາບ ໂດຍ: ແສງເໜືອ  2 ກໍລະກົດ 2018.

5. ຮຽບຮຽງ ໂດຍ: ສູນບໍລິການ ວິຊາການ, ສະຖາບັນ ເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ(ກວຕ).

LEAVE A REPLY

Please enter your comment!
Please enter your name here