ງານວາງສະແດງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການຮ່ວມມືພັດທະນາອຸດສາຫະກໍາເຕັກໂນໂລຊີ ລະດັບສູງ ລາວ-ຈີນ ປີ 2019 ທີ່ຫໍປະຊຸມແຫ່ງຊາດ

0
14

ງານວາງສະແດງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການຮ່ວມມືພັດທະນາອຸດສາຫະກໍາເຕັກໂນໂລຊີລະດັບສູງ ລາວ-ຈີນ ປີ 2019 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 11-16 ຕຸລາ 2019 ທີ່ ຫໍປະຊຸມແຫ່ງຊາດ.
ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວເປີດງານດັ່ງກ່າວວ່າ ໃນໂອກາດຈັດງານມະຫາກຳວິທະຍາສາດ ແລະ ເຕັກໂນໂລຊີ ປີ 2019 ເພື່ອສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ແລະ ວັນປະກາດເອກະລາດ ວັນທີ 12 ຕຸລາ ຢ່າງເປັນຂະບວນຟົດຟື້ນ ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ກໍາລັງຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ນີ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮ່ວມກັບຫ້ອງການຜູ້ຕ່າງໜ້າສະພາສົ່ງເສີມການຄ້າສາກົນ ສປຈີນ ຂະແໜງ ອຸດສາຫະກໍາການກໍ່ສ້າງ ປະຈຳ ສປປ ລາວ, ບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈຳກັດຜູ້ດຽວ (IHC) ແລະ ບໍລິສັດພັດທະນາວິທະຍາສາດເຕັກນິກປັກກິ່ງ ເຈີ່ນຕີ ໄດ້ຈັດງານວາງສະແດງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກອງປະຊຸມສໍາມະນາການຮ່ວມມືພັດທະນາອຸດສາຫະກຳ ເຕັກໂນໂລຊີລະດັບສູງ ລາວ-ຈີນ ປີ 2019, ໃນລະຫວ່າງວັນທີ 11–16 ຕຸລາ 2019 ຊຶ່ງເປັນຄັ້ງທໍາອິດ ແລະ ມີຄວາມໝາຍສໍາຄັນຢ່າງຍິ່ງ ໃນການເຄື່ອນໄຫວວຽກງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳຂອງປະເທດເຮົາເພື່ອກ້າວເຂົ້າສູ່ຍຸກແຫ່ງການປະຕິວັດອຸດສາຫະກຳຄັ້ງທີ່ 4 (ຫຼື ບາງປະເທດເອີ້ນວ່າ ຍຸກອຸດສາຫະກໍາ 4.0). ເປັນຫຍັງຈຶ່ງເອີ້ນວ່າ ເປັນຍຸກແຫ່ງການປະຕິວັດອຸດສາຫະກໍາຄັ້ງທີ 4 ? ເອີ້ນແນວນີ້ກໍ່ຍ້ອນວ່າ ໃນສາມສະຕະວັດຜ່ານມານີ້ໄດ້ມີການປະຕິວັດທາງດ້ານວິທະຍາສາດ-ເຕັກນິກ ທີ່ສົ່ງຜົນສະທ້ອນອັນໃຫຍ່ຫຼວງ ແບບກ້າວກະໂດດຕໍ່ການຂະຫຍາຍຕົວຂອງສັງຄົມມະນຸດເຖິງ 3 ຄັ້ງ ແລ້ວ ຄື:
– ຄັ້ງທີ 1: ໃນທ້າຍສະຕະວັດທີ 18 (ປີ 1784) ນັກວິທະຍາສາດໄດ້ຄົ້ນພົບການນໍາໃຊ້ອາຍນໍ້າເພື່ອເປັນພະລັງໃຫ້ແກ່ເຄື່ອງຈັກອຸດສາຫະກໍາ. ເຮັດໃຫ້ການຜະລິດອຸດສາຫະກໍາຂະຫາຍຕົວຢ່າງກ້າວກະໂດດ ຈຶ່ງເອີ້ນວ່າ ເປັນການປະຕິວັດອຸດສາຫະກຳຄັ້ງທີ່ I.
– ຄັ້ງທີ 2: ໃນທ້າຍສະຕະວັດທີ 19 (ປີ 1870) ນັກວິທະຍາສາດໄດ້ຄົ້ນພົບພະລັງງານໄຟຟ້າ ແລະ ໄດ້ນໍາໃຊ້ພະລັງງານໄຟຟ້າ, ຖ່ານຫີນ, ນໍ້າມັນ ແລະ ນິວເຄຍ ເພື່ອເປັນພະລັງງານໃຫ້ແກ່ເຄື່ອງຈັກອຸດສາຫະກໍາ, ຊຶ່ງພາໃຫ້ເກີດມີສາຍພານການຜະລິດຂະໜາດໃຫຍ່, ຈຶ່ງເອີ້ນວ່າ ການປະຕິວັດອຸດສາຫະກຳຄັ້ງທີ່ II.
– ຄັ້ງທີ 3: ໃນທ້າຍສະຕະວັດທີ 20 (ຊຸມປີ 1960) ນັກວິທະຍາສາດໄດ້ຄົ້ນພົບ ແລະ ປະດິດເຄື່ອງຈັກຄິດເລກທັນສະໄໝ ທີ່ເອີ້ນວ່າ Computer ຊຶ່ງໃນໄລຍະຕໍ່ມາໄດ້ພັດທະນາລະບົບອິນເຕີເນັດ. ນະວັດຕະກໍາໃໝ່ດັ່ງກ່າວໄດ້ຊ່ວຍໃຫ້ສັງຄົມະນຸດ ສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ຫຼາຍດ້ານໃນການຜະລິດອຸດສາຫະກໍາ, ຄົ້ນຄວ້ານໍາໃຊ້ທໍາມະຊາດຢູ່ບົນໂລກ, ຢູ່ອາວະກາດ ແລະ ພື້ນມະຫາສະມຸດ. ສະນັ້ນ, ຈຶ່ງເຮັດໃຫ້ການຜະລິດ ແລະ ການດໍາລົງຊີວິດ ຂອງສັງຄົມມະນຸດມີການພັັດທະນາ ແລະ ຂະຫຍາຍຕົວຢ່າງເລິກເຊິ່ງ ຈຶ່ງເອີ້ນວ່າ ການປະຕິວັດອຸດສາຫະກຳຄັ້ງທີ່ III.
– ຄັ້ງທີ 4: ເລີ່ມຕົ້ນໃນສະຕະວັດທີ 21 ນີ້ເປັນຕົ້ນມາ, ຍ້ອນຜົນຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 3 ໃນດ້ານເຕັກໂນໂລຊີ ດີຈີຕ໋ອນ, ການເຊື່ອມຕໍ່ອິນເຕີເນັດແຫ່ງສັບພະສິ່ງ, ຄວາມກ້າວໜ້າດ້ານເຕັກໂນໂລຊີ ຊີວະພາບ, ນາໂນເຕັກໂນໂລຊີ ແລະ ການພັດທະນາຫຸ່ນຍົນ ຈົນກ້າວໄປເຖິງອຸດສາຫະກໍາແບບອັດສະລິຍະ, ສ້າງຕົວເມືອງອັດສະລິຍະດ້ວຍປັນຍາປະດິດ ແລະ ນະວັດຕະກໍາໃໝ່ນັ້ນ ໄດ້ເປັນພື້ນຖານດ້ານວິທະຍາສາດ, ເຕັກໂນໂລຊີໃໝ່ ທີ່ໜັກແໜ້ນໃຫ້ເກີດການປະຕິວັດອຸດສາຫະກໍາຄັ້ງທີ 4 ບໍ່ພຽງແຕ່ໃນການຜະລິດກະສິກໍາ, ອຸດສາຫະກໍາ, ການຄ້າ ແລະ ການບໍລິການເທົ່ານັ້ນ, ແຕ່ຫາກຍັງມີບົດບາດສໍາຄັນຢ່າງໃຫຍ່ຫຼວງໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ວັດທະນະທໍາ-ສັງຄົມ ແລະ ການຄຸ້ມຄອງບໍລິຫານລັດອີກດ້ວຍ. ປະຈຸບັນນີ້ທ່າອ່ຽງດັ່ງກ່າວກໍາລັງເປັນທ່າອ່ຽງແຫ່ງການພັດທະນາຂອງບັນດາປະເທດຢູ່ໃນພາກພື້ນ ແລະ ໃນໂລກ ແລະ ກໍາລັງສົ່ງຜົນສະທ້ອນເຖິງປະເທດເຮົາ.
ບັນດານັກວິທະຍາສາດ, ນັກການເມືອງ ແລະ ນັກເສດຖະສາດຂອງໂລກໄດ້ພ້ອມກັນຕີລາຄາວ່າ: ການປະຕິວັດອຸດສາຫະກໍາຄັ້ງທີ່ 4 ນີ້ ໄດ້ນໍາມາທັງກາລະໂອກາດ ແລະ ສິ່ງທ້າທາຍຕໍ່ມວນມະນຸດ.
ໃນດ້ານເສດຖະກິດ: ການປະຕິວັດອຸດສາຫະກໍາຄັ້ງທີ 4 ຈະສົ່ງຜົນສະທ້ອນອັນໃຫຍ່ຫຼວງຕໍ່ການຜະລິດ ເຮັດໃຫ້ເສດຖະກິດຂອງໂລກກ້າວເຂົ້າສູ່ເສດຖະກິດແຫ່ງພູມປັນຍາ. ໃນນັ້ນຈະເຮັດໃຫ້ໂຄງປະກອບເສດຖະກິດທີ່ເປັນມູນເຊື້ອ ຄື: ອຸດສາຫະກໍາ, ກະສິກໍາ ແລະ ການບໍລິການ ເຊື່ອມເຂົ້າຫາກັນ ໂດຍເຮັດໃຫ້ຜູ້ຊົມໃຊ້ໄດ້ຮັບຄວາມສະດວກສະບາຍ ແລະ ໄດ້ຮັບບູລິມະສິດກວ່າໝູ່. ການຄ້າ ແລະ ການບໍລິການຈະເຂົ້າເຖິງຜູ້ຊົມໃຊ້ໂດຍກົງ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ສິນຄ້າຕ້ອງມີຄຸນນະພາບດີ, ໄດ້ມາດຕະຖານສາກົນ ແລະ ມີລາຄາຖືກ. ສະນັ້ນ ການຜະລິດຈະນໍາໃຊ້ເຕັກໂນໂລຊີກ້າວໜ້າແບບອັດຕະໂນມັດ, ໃຊ້ລະບົບບັນຊາຄຸ້ມຄອງແບບດີຈີຕ໋ອນ, ປະຢັດຊັບພະຍາກອນທໍາມະຊາດ ແລະ ຫຼຸດຜ່ອນການໃຊ້ແຮງງານລົງເທື່ອລະກ້າວ. ບົດບາດການນໍາໃຊ້ນະວັດຕະກໍາໃໝ່ນັບມື້ນັບຈະພົ້ນເດັ່ນຂຶ້ນ.
ໃນດ້ານການເງິນ, ທະນາຄານ ແລະ ການບໍລິການ: ການປະຕິວັດອຸດສາຫະກໍາຄັ້ງທີ 4 ຈະເອື້ອອໍານວຍຄວາມສະດວກໃຫ້ມີການບໍລິການວ່ອງໄວ, ໂປ່ງໃສ ແລະ ເຖິງຜູ້ຊົມໃຊ້ໂດຍກົງ, ແຕ່ຄຽງຄູ່ກັນນັ້ນ ການບໍລິການຊໍ້າພັດມີລັກສະນະການພົວພັນແບບ ທຸລະກິດ-ທຸລະກິດ ຫຼື ທຸລະກິດ-ຜູ້ຊົມໃຊ້ ໂດຍກົງ ໂດຍບໍ່ຜ່ານທະນາຄານ ຫຼື ອົງກອນກາງອີກ. ການຄ້າຂາຍຈະຜ່ານອິນເຕີເນັດ, ການຊໍາລະສະສາງຈະຜ່ານລະບົບມືຖືອັດສະລິຍະ, ນໍາໃຊ້ລະບົບ QR Code ໂດຍບໍ່ນໍາໃຊ້ເງິນສົດ, ສະນັ້ນ ການເກັບພາສີ-ອາກອນ ຈະຕ້ອງໄດ້ປັບປຸງໃຫ້ສອດຄ່ອງກັບຍຸກສະໄໝເສດຖະກິດດີຈິຕ໋ອນ. ບັນດາເຕັກໂນໂລຊີໃໝ່ດ້ານການເງິນຈະເກີດຂຶ້ນ ໂດຍນໍາໃຊ້ລະບົບເກັບຮັກສາຂໍ້ມູນແບບເປັນຕ່ອງໂສ້ (BlockChain) ແລະ ກໍາລັງມີເງິນດີຈິຕ໋ອນຫຼາຍຊະນິດເກີດຂຶ້ນ ເຊັ່ນ: ບິດຄອຍ (Bitcoin), ເອັດແຕຣຸມ (Ethereum), ລິດຄອຍ (Litecoin) ແລະ ອື່ນໆ. ຊຶ່ງປະຈຸບັນນີ້ ລັດຖະບານຫຼາຍໆປະເທດ ຍັງບໍ່ທັນສາມາດຄວບຄຸມໄດ້ ແລະ ຈະເປັນບັນຫາທ້າທາຍ ຕໍ່ລະບົບການເງິນ-ທະນາຄານ ຂອງປະເທດເຮົາໃນອານາຄົດ.
ບັນຫາສຳຄັນທີ່ຕ້ອງເອົາໃຈໃສ່ແມ່ນ ໃນຍຸກສະໄໝການປະຕິວັດອຸດສາຫະກໍາຄັ້ງທີ່ 4 ນີ້ ການຊັ່ງຊາກໍາລັງຢູ່ໃນໂລກ ຈະມີການປ່ຽນແປງ, ປະເທດໃດສາມາດເປັນເຈົ້າເຕັກໂນໂລຊີໃໝ່, ນໍາໃຊ້ນະວັດຕະກໍາໃໝ່, ຈະມີກໍາລັັງແຮງຂຶ້ນ ແລະ ມີອິດທິພົນສູງເດັ່ນຂຶ້ນໃນເວທີສາກົນ, ກົງກັນຂ້າມ ປະເທດໃດຍັງຫຼ້າຫຼັງ, ບໍ່ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ, ຂຸດຄົ້ນແຕ່ຊັບພະຍາກອນທໍາມະຊາດ, ບໍ່ພັດທະນາຊັບພະຍາກອນມະນຸດ ຈະກາຍເປັນປະເທດທີ່ຫຼ້າຫຼັງອ່ອນແອ ແລະ ບໍ່ມີກໍາລັງແຮງຕໍ່ລອງໄດ້.
ໃນດ້ານສັງຄົມ: ວຽກງານການສຶກສາ ແລະ ສາທາລະນະສຸກ ຈະມີເຄື່ອງມື ແລະ ພາຫະນະທີ່ທັນສະໄໝ ຮັບໃຊ້ການສິດສອນຮໍ່າຮຽນ, ການກວດສຸຂະພາບ ແລະ ປິ່ນປົວພະຍາດຫຼາຍຢ່າງໃຫ້ມີປະສິດທິຜົນ, ແຕ່ການປະຕິວັດອຸດສາຫະກໍາຄັ້ງທີ 4 ຈະເພີ່ມທະວີຄວາມແຕກໂຕນລະຫວ່າງ ຂົ້ວທຸກ-ຂົ້ວຮັ່ງ ຢູ່ໃນສັງຄົມ ຍ້ອນຄວາມແຕກໂຕນ ຂອງລະດັບການສຶກສາ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ລະຫວ່າງປະເທດທີ່ພັດທະນາແລ້ວ ກັບປະເທດທີ່ຍັງດ້ອຍພັດທະນາ. ນອກຈາກນັ້ນ, ຖ້າແກ້ໄຂບັນຫາແຮງງານບໍ່ໄດ້ດີ ກໍ່ຈະເຮັດໃຫ້ເກີດມີໄພວ່າງງານຫຼາຍຂຶ້ນ ຍ້ອນບັນດາໂຮງຈັກໂຮງງານຈະນໍາໃຊ້ຫຸ່ນຍົນປ່ຽນແທນກໍາລັງຄົນທີ່ມີສີມືແຮງງານຕໍ່າ ແຕ່ຊໍ້າພັດຕ້ອງໄດ້ຈ້າງຄ່າແຮງງານ, ຄ່າປະກັນໄພ ແລະ ສະຫວັດດີການຕ່າງໆ.
ໃນດ້ານຄຸ້ມຄອງບໍລິຫານລັດ: ໃນຍຸກອຸດສາຫະກໍາ 4.0 ຈະສ້າງກາລະໂອກາດຊ່ວຍໃຫ້ອົງການຂອງລັດ ນໍາໃຊ້ເຄື່ອງມືທັນສະໄໝ ເພື່ອຄຸ້ມຄອງບໍລິຫານລັດໃຫ້ວ່ອງໄວ ແລະ ມີປະສິດທິຜົນຍິ່ງຂຶ້ນ, ແຕ່ຄຽງຄູ່ກັນນັ້ນ ການສື່ສານຂໍ້ມູນຂ່າວສານ, ສື່ສັງຄົມອອນລາຍ ຈະເປັນບັນຫາທ້າທາຍຕໍ່ການຄຸ້ມຄອງສັງຄົມ ແລະ ຮຽກຮ້ອງໃຫ້ການບໍລິຫານລັດຢ່າງໂປ່ງໃສຫຼາຍຂຶ້ນ, ປະຊາຊົນຈະມີໂອກາດມີສ່ວນຮ່ວມ ແລະ ສາມາດປະກອບຄໍາຄິດຄໍາເຫັນຕໍ່ຜູ້ບໍລິຫານລັດໄດ້ຫຼາຍຂຶ້ນກວ່າເກົ່າ. ສະນັ້ນ, ການຍົກສູງປະສິດທິພາບຂອງກນຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ການສ້າງນິຕິກໍາຕ່າງໆໃນຊຸມປີຕໍ່ໜ້າຢູ່ປະເທດເຮົາ ຈະຕ້ອງໄດ້ຄິດໄລ່ເຖິງຜົນກະທົບຂອງອຸດສະຫະກໍາ 4.0 ອີກດ້ວຍ.
ເຖິງວ່າປັດຈຸບັນນີ້ ຈະມີການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີແລ້ວ ເຫັນວ່າ ປະເທດເຮົາຍັງອ່ອນນ້ອຍແທ້, ແຕ່ສິ່ງດັ່ງກ່າວນີ້ບໍ່ແມ່ນອຸປະສັກຕົ້ນຕໍ, ແຕ່ຫາກເປັນພຽງ ຂໍ້ຫຍຸ້ງຍາກພາວະວິໄສ ເຊິ່ງພວກເຮົາສາມາຜ່ານຜ່າໄດ້, ເພາະວ່າພວກເຮົາມີແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ທີ່ເຄີຍໄດ້ນໍາພາປະເທດຊາດຜ່ານຂໍ້ຫຍຸ້ງຍາກ ແລະ ອຸປະສັກນາໆປະການ ຈົນສາມາດປົດປ່ອຍປະເທດຊາດ ແລະ ກໍາລັງຊີ້ນໍານໍາພາ ການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່. ປະຊາຊົນລາວ, ຄົນລາວ ເປັນຄົນທີ່ສະຫຼາດ ມີໄຫວພິບ, ມີມັນສະໝອງດີ ຖ້າໄດ້ຮັບການສຶກສາອົບ ຮົມທີ່ດີ ກໍ່ສາມາຮັບເອົາເຕັກໂນໂລຊີໃໝ່ ແລະ ເປັນເຈົ້າການນໍາໃຊ້ນະວັດຕະກໍາໃໝ່ ເພື່ອພັດທະນາປະເທດໃຫ້ຈະເລີນກ້າວໜ້າ. ນອກຈາກນັ້ນ ປະເທດເຮົາຍັງມີຊັບພະຍາກອນທໍາມະຊາດອັນອຸດົມສົມ ບູນ, ມີດິນດອນຕ່ອນຫຍ້າ, ແມ່ນໍ້າລໍາເຊ ແລະ ຊີວະນາໆພັນຫຼາກຫຼາຍ ຮັ່ງມີ ກວ່າຫຼາຍໆປະເທດທີ່ພັດທະນາແລ້ວຢູ່ໃນໂລກ, ຊຶ່ງທັງໝົດເຫຼົ່ານັ້ນ ເປັນທ່າແຮງໃຫ້ແກ່ການພັດທະນາໃນປະເທດເຮົາ. ໃນຊຸມປີ 1950 ມີຫຼາຍປະເທດກໍ່ຖືກສົງຄາມທໍາລາຍຢ່າງໜັກໜ່ວງ, ຊັບພະຍາກອນທໍາມະຊາດກໍ່ຂາດເຂີນ, ແຕ່ຍ້ອນການພັດທະນາຊັບພະຍາກອນມະນຸດ ແລະ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ກໍ່ສາມາດພັດທະນາປະເທດຂຶ້ນມາໄດ້.
ການປະຕິວັດອຸດສາຫະກໍາຄັ້ງທີ 4 ເປັນກະແສຟອງຄື່ນໃໝ່ ທີ່ຈະພັດຜ່ານໄປທົ່ວໂລກ ຊຶ່ງ ສປປ ລາວ ບໍ່ອາດຈະຫຼີກລ້ຽງໄດ້. ສະນັ້ນ, ເພື່ອຮອງຮັບຍຸກສະໄໝອຸດສາຫະກໍາ 4.0 ຢ່າງເປັນເຈົ້າການນັ້ນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ວາງແຜນຍຸດທະສາດການພັດທະນາວິທະຍາ ສາດ ແລະ ເຕັກໂນໂລຊີ ຂອງປະເທດເຮົາຮອດປີ 2025 ແລະ ວິໄສທັດເຖິງປີ 2030 ເຊິ່ງໃນນັ້ນເຫັນວ່າຈະຕ້ອງປະຕິບັດ 6 ມາດຕະການທີ່ຈໍາເປັນ ດັ່ງລຸ່ມນີ້:
1. ຕ້ອງໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງທາດແທ້ຂອງການປະຕິວັດອຸດສາຫະກໍາຄັ້ງທີ 4 ແລະ ຜົນສໍາເລັດຂອງວິທະຍາສາດ ແລະ ເຕັກໂນໂລຊີ ໃນໂລກປະຈຸບັນ ທີ່ກໍາລັງສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ-ສັງຄົມ ຂອງໂລກ ແລະ ຂອງປະເທດເຮົາ ເພື່ອເປັນເຈົ້າການກະກຽມຮອງຮັບຢ່າງພາວະວິໄສ.
2. ສ້າງ ແລະ ປັບປຸງບັນດາກົດໝາຍ, ນິຕິກໍາລຸ່ມກົດໝາຍ, ກົນໄກການປະສານງານ ແລະ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມແນວທາງນະໂຍບາຍຂອງ ພັກ-ລັດ ໃນຍຸກອຸດສາຫະກໍາ 4.0 ເພື່ອຮອງຮັບການພັດທະນາເສດຖະກິດແຫ່ງພູມປັນຍາ ແລະ ສັງຄົມແຫ່ງໂລກດີຈິຕ໋ອນ.
3. ບຸກທະລຸໃນການພັດທະນາຊັບພະຍາກອນມະນຸດໃຫ້ມີບາດກ້າວກະໂດດໃໝ່, ເປັນຕົ້ນແມ່ນຕ້ອງປະຕິຮູບລະບົບການສຶກສາ ແລະ ການກໍ່ສ້າງນັກວິຊາການ ໃນຂະແໜງການໃໝ່ຂອງຍຸກອຸດສາຫະກໍາ 4.0 ເຊັ່ນ: ວິສະວະກໍາເຕັກໂນໂລຊີຂໍ້ມູນຂ່າວສານ, ອິນເຕີເນັດແຫ່ງສັບພະສິ່ງ, ວິສະວະກໍາການຜະລິດແບບສາມມິຕິ, ວິສະວະກໍາຫຸ່ນຍົນ ແລະ ການຜະລິດອັດສະລິຍະ, ວິສະວະກໍາການສ້າງພາບເໝືອນຈິງ ແລະ ປັນຍາປະດິດ, ວິສະວະກໍານາໂນເຕັກໂນໂລຊີ ແລະ ພັນທຸກໍາ…
4. ຄົ້ນຄວ້ານໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ທີ່ທັນສະໄໝ ເພື່ອລົບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ຜະລິດສິນຄ້າທີ່ມີຄຸນນະພາບໄດ້ມາດຕະຖານສາກົນ ເພື່ອສາມາດສົ່ງອອກແຂ່ງ ຂັນໃນຕະຫຼາດສາກົນ. ເລືອກເຝັ້ນຂະແໜງອຸດສະຫະກໍາ 4.0 ທີ່ປະເທດເຮົາມີທ່າແຮງໄດ້ປຽບເພື່ອພັດທະນາໃຫ້ມີປະສິດທິຜົນໃນການແຂ່ງຂັນ ແລະ ເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການ.
5. ເອົາໃຈໃສ່ເປີດກວ້າງການບໍລິການວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ່ສັງຄົມ ເພື່ອຊຸກຍູ້ສົ່ງ ເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ໃຫ້ຂະຫຍາຍຕົວ ແລະ ສາມາດສ້າງຜູ້ປະກອບການໃໝ່ໃຫ້ເກີດຂຶ້ນ, ເປັນຕົ້ນແມ່ນ ບໍລິການການຝຶກອົບຮົມວິຊາການໃໝ່, ຖ່າຍທອດເຕັກໂນໂລຊີໃໝ່ທີ່ທັນສະໄໝ, ບໍລິການດ້ານຊັບສິນທາງປັນຍາ, ກວດກາຄຸນນະພາບ ແລະ ຢັ້ງຢືນມາດຕະຖານສິນຄ້າ ແລະ ການບໍລິການ.
6. ເປີດກວ້າງການຮ່ວມມືກັບຕ່າງປະເທດ, ຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກເຮົາ ເປັນຕົ້ນ ແມ່ນການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ. ເພາະວ່າລະດັບວິທະຍາ ສາດ ແລະ ເຕັກໂນໂລຊີ ຂອງປະເທດເຮົາຍັງຕໍໍ່າ. ສະນັ້ນ, ການຮ່ວມມືເພື່ອສຶກສາຮຽນຮູ້, ຖ່າຍທອດບົດຮຽນ ແລະ ດູດດຶງການຊ່ວຍເຫຼືອທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຈາກບັນດາປະເທດທີ່ພັດທະນາແລ້ວຈຶ່ງແມ່ນຄວາມຈໍາເປັນພາວະວິໄສ.
ການຈັດງານວາງສະແດງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກອງປະຊຸມສໍາມະນາການຮ່ວມມືພັດທະນາອຸດສາຫະກຳ ເຕັກໂນໂລຊີລະດັບສູງ ລາວ-ຈີນ ປີ 2019 ຄັ້ງນີ້ ກໍແມ່ນກິດຈະກຳໜຶ່ງ ເພື່ອສົ່ງເສີມການຖ່າຍທອດ, ການຄົ້ນຄວ້າ, ການປະດິດສ້າງ ແລະ ການນຳໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນສູງ, ງານດັ່ງກ່າວຈະເປີດໂອກາດຊຸກຍູ້ສົ່ງເສີມໃຫ້ແກ່ການຮ່ວມມື ລະຫວ່າງສອງປະເທດໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ, ສ້າງເວທີໃໝ່ໃຫ້ແກ່ບັນດາຂະແໜງການລັດ, ສະຖາບັນການຄົ້ນຄວ້າ ແລະ ບັນດາວິສາຫະກິດໃຫ້ເພີ່ມທະວີ ການຖ່າຍທອດ ແລະ ນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ ທັນສະໄໝ ຈາກ ສປ. ຈີນ ເພື່ອເປັນກໍາລັງແຮງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົົມຂອງ ສປປ ລາວ.
ໃນໄລຍະຜ່ານມາ, ສອງປະເທດພວກເຮົາ ໄດ້ມີການຮ່ວມມື ທາງດ້ານວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ພົ້ນເດັ່ນຫຼາຍດ້ານເປັນຕົ້ນ ແມ່ນການຮ່ວມມືທາງດ້ານການຄົ້ນຄວ້າ ແລະ ພັດທະນາໃນຂົງເຂດພະລັງງານທົດແທນ, ວັດສະດຸໃໝ່, ນິເວດວິທະຍາ, ເຕັກໂນໂລຊີຊີວະພາບ, ຂໍ້ມູນຂ່າວສານເຕັກໂນໂລຊີ, ການສົ່ງເສີມຖ່າຍທອດເຕັກໂນໂລຊີ, ການຮ່ວມກັນຈັດງານວາງສະແດງຕະຫຼາດນັດດ້ານເຕັກໂນໂລຊີ ແລະ ການກໍ່ສ້າງຊັບພະຍາກອນມະນຸດ. ໂຄງການຮ່ວມມືພັດທະນາເຕັກໂນໂລຊີລະດັບສູງລາວ-ຈີນ ເປັນໂຄງການລະດັບໃຫຍ່ ແລະ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງຂອງການຮ່ວມມື ແລກປ່ຽນ ແລະ ເລືອກເຟັ້ນເອົາເຕັກໂນໂລຊີ ທີ່ກ້າວໜ້າ ທັນສະໄໝ ແລະ ເໝາະສົມ ເພື່ອດຶງດູດການລົງທຶນເຂົ້າໃນການພັດທະນາ ເຂດເຕັກໂນໂລຊີ ລະດັບສູງ ຢູ່ ສປປ ລາວ, ປະກອບສ່ວນໃນການພັດທະນາໂຄງລ່າງພື້ນຖານດ້ານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ມີລັກສະນະເປັນລະບົບ ຄົບຊຸດ, ປະກອບສ່ວນເຂົ້າໃນການຜັນຂະຫຍາຍຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລາວ-ຈີນ ທີ່ເປັນຄູ່ຮ່ວມຊາຕະກຳຍຸດທະສາດໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນ.
ໃນງານມະຫາກຳວິທະຍາສາດຄັ້ງນີ້ ຈະໄດ້ຈັດຫຼາຍກອງປະຊຸມ ແລະ ກິດຈະກໍາຂຶ້ນ ຢ່າງເປັນຂະບວນຟົດຟື້ນ ຢູ່ທີ່ ຫໍປະຊຸມແຫ່ງຊາດນີ້ ເຊັ່ນ: ກອງປະຊຸມວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ທົ່ວປະເທດ ຄັ້ງທີ III, ກອງປະຊຸມສຳມະນາວິທະຍາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃນຍຸກອຸດສາຫະກຳ 4.0, ກອງປະຊຸມເຜີຍແຜ່ທິດທາງການພັດທະນາ ພະລັງງານທົດແທນ ແລະ ວັດສະດຸໃໝ່ ໃນຍຸກ 4.0, ກອງປະຊຸມສໍາມະນາ ຫົວຂໍ້ “ການກຽມພ້ອມດ້ານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ໃນຍຸກ 4.0”, ກອງປະຊຸມສຳມະນາກ່ຽວກັບ ການຮ່ວມມື ການຄົ້ນຄວ້າ ແລະ ໂຄງການແລກປ່ຽນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ກິດຈະກຳສ່ອງດາວ ແລະ ງານປະກວດແນວຄວາມຄິດສ້າງສັນສິ່ງປະດິດສ້າງສໍາລັບໄວໜຸ່ມ ນັກຮຽນ ນັກສຶກສາ.
ໃນງານວາງສະແດງວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງນີ້ ຈະໄດ້ວາງສະແດງຜົນງານການຄົ້ນຄວ້າ ແລະ ຜະລິດຕະພັນເຕັກໂນໂລຊີ ຈາກ ສປ ຈີນ 50 ຮ້ານ ທີ່ກ່ຽວກັບເຕັກໂນໂລຊີໃນຂົງເຂດໄຟຟ້າ, ການຄ້າທາງເອເລັກໂຕຼນິກ, ການຫຸ້ມຫໍ່, ກະສິກໍາ, ຖານຂໍ້ມູນມະຫາສານ (Big Data), ການຢາ ແລະວິສະວະກໍາໂລຫະ, ຍົນບໍ່ມີຄົນຂັບ (Drone) ພ້ອມກັນນັ້ນກໍຈະມີຮ້ານວາງສະແດງຈາກບັນດາມະຫາວິທະຍາໄລ, ສະຖາບັນການຄົ້ນ
ຄວ້າ, ບັນດາກະຊວງ, ຂະແໜງການ, ວິສາຫະກິດນະວັດຕະກໍາໃໝ (startup) ແລະ ພາກສ່ວນທຸລະກິດ ຈາກ ສປປ ລາວ ຈໍານວນ 50 ຮ້ານ.

LEAVE A REPLY

Please enter your comment!
Please enter your name here