ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ, ສ້າງຄວາມເຂັ້ມແຂງ ແລະ ຍົກສູງປະສິດຕິພາບຂອງການປະຕິບັດວຽກງານຂອງທ້ອງຖິ່ນ ໂດຍການນໍາໃຊ້ວຽກງານ ທາງດ້ານ ເຕັກໂນໂລຊີ ຄອມພິວເຕີ ເຂົ້າໃນການຕິດຕັ້ງການນໍາໃຊ້ລະບົບໂປຼແກຼມນັບຄະແນນສຽງເລືອກຕັ້ງ, ໂປຼແກຼມເກັບກໍາຕິດຕາມຂໍ້ມູນສະທິຕິພັກ, ລະບົບລົງທະບຽນກອງປະຊຸມອອນລາຍດ້ວຍມືຖື ແລະ ການສ້າງ, ນໍາໃຊ້ເວັບໄຊ ຢ່າງມີຄວາມວ່ອງໄວ, ສະດວກສະບາຍ ແລະ ເກັບຂໍ້ມູນໄດ້ຢ່າງເປັນລະບົບ. ທັງເປັນການກະກຽມ ເພື່ອຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຊຽງຂວາງ ທີ່ຈະເປິດຂື້ນພາຍໃນປີ 2020 ນີ້.
ໃນການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວິທີການຕິດຕັ້ງລະບົບ, ການຕິດຕາມເກັບກໍາຂໍ້ມູນ, ການນໍາໃຊ້ລະບົບ ແລະ ການຕັ້ງຄ່າຕ່າງໆ ເຊິ່ງໄດ້ລົງມືປະຕິບັດຕົວຈິງ ພ້ອມທັງແລກປ່ຽນຄຳຄິດເຫັນ, ມີສ່ວນຮ່ວມໃນການຕັ້ງບັນຫາ, ເຈາະຈີ້ມ, ຖາມ-ຕອບ, ແລກປ່ຽນບົດຮຽນຂອງນັກສຳມະນາກອນດ້ວຍກັນ ເພື່ອໃຫ້ເຂົ້າໃຈກ່ຽວກັບລະບົບດັ່ງກ່າວ ໂດຍໄດ້ຮັບຟັງການບັນລະຍາຍຜ່ານອອນລາຍຈາກ ທ່ານ ພອນໄຊ ຈັນທະລັງສີ, ຮອງຫົວໜ້າພະແນກ ຄົ້ນຄ້ວາ ແລະ ພັດທະນາຊອບແວ, ທ່ານ ບັນນາວົງ ໄຊຍະວົງ, ວິຊາການ ສູນຄົ້ນຄ້ວາພັດທະນາປັນຍາປະດິດ ແລະ ທ່ານ ຈະເລີນສຸກ ພັນດາລາ, ວິຊາການ ສູນບໍລິການວິຊາການ ຊຶ່ງມີບັນຍາກາດອັນຟົດຟື້ນ.






